ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ VI ຂອງໜ່ວຍພັກຫ້ອງການ ກົມໃຫຍ່ການເມືອງກອງທັບ


ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ

    ໃນວັນທີ 22 ສິງຫາ 2023 ນີ້, ໜ່ວຍພັກ ຫ້ອງການກົມໃຫ່ຍການເມືອງກອງທັບ ໄດ້ດຳເນີນກອງ ປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI
ຂອງຕົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະ
ເທດ, ເລຂາຄະນະພັກ ກົມໃຫຍ່ ການເມືອງກອງທັບ, ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ, ເລຂາໜ່ວຍພັກ, ຫ້ອງການກົມໃຫ່ຍການເມືອງກອງທັບ ໄດ້ຂຶ້ນຜ່ານບົດລາຍງານການເມືອງ
ທັງສອງພາກໃນໄລຍະ 5 ປີ ຜ່ານມາ ໜ່ວຍພັກຫ້ອງການກົມໃຫ່ຍການເມືອງກອງທັບ ມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ ໂດຍຖືເອົາວຽກງານສຶກ
ສາອົບຮົມ ການເມືອງແນວຄິດເປັນກົກ ໂດຍສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະໜ່ວຍພັກພວກເຮົາ ໄດ້ນຳພາເຂົ້າຮ່ວມຮ່ຳຮຽນ,
ເຊື່ອມຊຶມບັນດາມະຕິ, ແນວທາງນະໂຍບາຍຕ່າງໆຂອງພັກ, ມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບ ແລະ ບັນດາຂໍ້ກໍານົດ, ກົດລະບຽບຕ່າງໆ
ທີ່ອົງການກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງຮໍ່າຮຽນ, ເຜີຍແຜ່ ແລະ ປາຖະກະຖາໃນໂອກາດວັນສຳຄັນໆ ເຊັ່ນ: ກອງປະຊຸມໃຫຍ່ຄັ້ງທີ XI
ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ອົງຄະນະພັກກົມໃຫຍ່ການເມືອງ
ກອງທັບ, ວັນສະຖາປານາ ສປປ ລາວ, ວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນຄ້າຍວັນເກີດຂອງອະດີດຜູ້ນຳພັກ-ລັດ ແລະ ອື່ນໆ ນອກນີ້, ຍັງໄດ້
ຈັດຕັ້ງດໍາເນີນຊີວິດການເມືອງ ຂັ້ນຈຸ-ຂັ້ນໜ່ວຍ, ສ່ອງແສງລາຍງານສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳອາທິດ ເພື່ອກຳແໜ້ນ
ສະພາບປະກົດການຫຍໍ້ທໍ້ທາງສັງຄົມ ຄະນະໜ່ວຍພັກພວກເຮົາຍັງໄດ້ຖືຄວາມສໍາຄັນລະບອບປະຊຸມລວມສູນປະຊາທິປະໄຕ, ຄົ້ນຄວ້າເປັນໝູ່ຄະ
ນະໃນການປືກສາຫາລືແກ້ໄຂບັນຫາຕ່າງໆ ເພື່ອເອກະພາບໃນການຈັດຕັ້ງປະຕິບັດ. ພະນັກງານ-ສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານແນວ
ຄິດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ,
ມີສະຕິຕໍ່ການຈັດຕັ້ງ, ມີຄວາມສາມັກຄີເປັນແໜ້ນໜາ ແລະ ມີ ແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ ໄດ້ເອົາໃຈໃສ່ສ້າງໜ່ວຍພັກ ແລະ
ສ້າງສະມາຊິກພັກໄປຕາມ 3 ທິດນໍາ ແລະ 5 ຫຼັກການໃນການກໍ່ສ້າງພັກ ເຊິ່ງໃນນັ້ນໄດ້ຖືເອົາການຍົກສູງຄຸນນະພາບເປັນຕົ້ນ ແລະ ດ້ານປະລິມານ
ເປັນສໍາຄັນ ເປັນເຈົ້າການຄົ້ນຄ້ວາຮັບເອົາມະຫາຊົນຜູ້ດີເດັ່ນຫ້າວຫັນເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໄດ້ 7 ສະຫາຍ ແລະ ເລື່ອນສະ
ມາຊິກພັກສໍາຮອງຂຶ້ນສົມບູນໄດ້ 3 ສະຫາຍ, ມີສະມາຊິກພັກສົມບູນ 37 ສະຫາຍ, ຍິງ 14 ສະຫາຍ, ສຳຮອງ 4 ສະຫາຍ ໄດ້ຮັບການ ຢັ້ງຢືນຮັບ
ຮອງໃຫ້ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 3 ສະໄໝຕໍ່ເນື່ອງ ແລະ ໄດ້ຮັບຢັ້ງຢືນ ເປັນກອງ 3 ປອດ ປະເພດ - ຜ່ານການຕີລາຄາແບ່ງ
ປະເພດພະນັກງານສະມາຊິກພັກແຂງ ມີ 36 ສະຫາຍ ຍິງ 14 ສະຫາຍ, ກາງ ມີ 1 ສະຫາຍ ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ສະຫາຍ ພົນ
ຈັດຕະວາ ສົມພົງ ແພງປັນຍາ ເປັນເລຂາ, ສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ເປັນຮອງເລຂາ, ສະຫາຍ ພັນເອກ ວັນໄຊ ພາວົງ ເປັນກຳມະການ
ກວດກາພັກ, ສະຫາຍ ພັນເອກ ດວງມະນີ ສີວິໄຊ ແລະ ສະຫາຍ ພັນເອກ ຄຳງອງ ຫຼຽນທອງໄຊ ເປັນຄະນະ.

     ໂອກາດນີ້, ສະຫາຍ ປະທານກອງປະຊຸມກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງໜ່ວຍພັກຫ້ອງການກົມໃຫຍ່ການເມືອງກອງທັບ
ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ທົ່ວເຖິງ, ເພີ່ມທະວີປັບປຸງກໍ່ສ້າງພັກ, ເສີມຂະຫຍາຍບົດບາດການນຳພາຂອງ
ພັກ ແລະ ເພີ່ມ ທະວີຄວາມສາມັກຄີເປັນປຶກແຜ່ນຕິດພັນກັບການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ.

ແຫຼ່ງທີ່ມາ ສົມຄິດ ພູມມີຈິດ
ວັນທີ 23/08/2023